ຄຳທຳນາຍເບີນີ້
Bເບີນີ້ມີຄູ່ເລກດີ ແຕ່ມີບາງຄູ່ທີ່ຕ້ອງສຶກສາກ່ອນການນຳໃຊ້ໃຫ້ເໝາະສົມກັບອາຊີບ.
ບຸກຄະລິກພາຍນອກ
ມີສະເໜ່ດຶງດູດເພດກົງກັນຂ້າມ ແຕ່ງຕົວເກັ່ງ ນິໄສມັກສວຍມັກງາມ ເປັນຄົນມີບາລະມີ ເປັນທີ່ເຄົາລົບຂອງຄົນທົ່ວໄປ ຜູ້ໃຊ້ມັກມີຄົນມາຂໍຄຳປຶກສາເລື້ອຍໆ ປອບໃຈເກັ່ງ ໃຜໄດ້ເວົ້າລົມດ້ວຍມັກເກີດຄວາມສະບາຍໃຈ
ການງານ
ມີຄວາມຄິດສ້າງສັນ ແລະ ຊ່ຽວຊານດ້ານສິລະປະ ມີສຸນທະລີຍະພາບ ຮຽນຮູ້ໄວ ມີຈິນຕະນາການສູງສົ່ງ ເຫັນພາບໃນໃຈຊັດເຈນ ມີຄົນຢຳເກງ ມີບາລະມີ ມີບໍລິວານລູກນ້ອງເຊື່ອຟັງເຄົາລົບ ຄຸມຄົນໄດ້ດີ ມີຄວາມເຊື່ອໝັ້ນໃນຕົນເອງສູງ ມີແບັກດີ ພັກພວກຄອຍໃຫ້ຄວາມຊ່ວຍເຫຼືອໜູນຫຼັງເປັນຢ່າງດີ ບໍລິຫານເງິນກ້ອນໃຫຍ່ເກັ່ງ ເປັນນັກບໍລິຫານຄວາມສ່ຽງ ກ້າໄດ້ກ້າເສຍ ຈັດການກັບຄວາມສ່ຽງໄດ້ດີ ເງິນເຂົ້າດີຫຼາຍ ກະແສເງິນສະພັດ ມີເງິນໝູນຕະຫຼອດ ຄ້າຂາຍດີລູກຄ້າຕິດອົກຕິດໃຈ ເໝາະກັບການເຮັດວຽກບໍລິການຕ່າງໆ ມີສະເໜ່ທາງຄຳເວົ້າການເຈລະຈາ