ຄຳທຳນາຍເບີນີ້
Bເບີນີ້ມີຄູ່ເລກດີ ແຕ່ມີບາງຄູ່ທີ່ຕ້ອງສຶກສາກ່ອນການນຳໃຊ້ໃຫ້ເໝາະສົມກັບອາຊີບ.
ບຸກຄະລິກພາຍນອກ
ມີສະເໜ່ດຶງດູດເພດກົງກັນຂ້າມ ແຕ່ງຕົວເກັ່ງ ນິໄສມັກສວຍມັກງາມ ແຕ່ງຕົວດີບົ່ງບອກເຖິງລົດສະນິຍົມທີ່ດີ ນິໄສອ່ອນຫວານ ເວົ້າຈາດີ ມັກເອົາອົກເອົາໃຈໝູ່ເພື່ອນ ເປັນຄົນໂລແມນຕິກ ຜູ້ໃຊ້ມັກມີຄົນມາຂໍຄຳປຶກສາເລື້ອຍໆ ປອບໃຈເກັ່ງ ໃຜໄດ້ເວົ້າລົມດ້ວຍມັກເກີດຄວາມສະບາຍໃຈ
ການງານ
ມີຄວາມຄິດສ້າງສັນ ແລະ ຊ່ຽວຊານດ້ານສິລະປະ ມີສຸນທະລີຍະພາບ ຮຽນຮູ້ໄວ ມີຈິນຕະນາການສູງສົ່ງ ເຫັນພາບໃນໃຈຊັດເຈນ ມັກຄ້າຂາຍຂອງຫຼູຫລາ ລາຄາແພງໄດ້ດີ ຄ້າຂາຍດີລູກຄ້າຕິດອົກຕິດໃຈ ເໝາະກັບການເຮັດວຽກບໍລິການຕ່າງໆ ມີສະເໜ່ທາງຄຳເວົ້າການເຈລະຈາ ບໍລິຫານເງິນກ້ອນໃຫຍ່ເກັ່ງ ເປັນນັກບໍລິຫານຄວາມສ່ຽງ ກ້າໄດ້ກ້າເສຍ ຈັດການກັບຄວາມສ່ຽງໄດ້ດີ ເງິນເຂົ້າດີຫຼາຍ ກະແສເງິນສະພັດ ມີເງິນໝູນຕະຫຼອດ