ຄຳທຳນາຍເບີນີ້
Bເບີນີ້ມີຄູ່ເລກດີ ແຕ່ມີບາງຄູ່ທີ່ຕ້ອງສຶກສາກ່ອນການນຳໃຊ້ໃຫ້ເໝາະສົມກັບອາຊີບ.
ບຸກຄະລິກພາຍນອກ
ເປັນຄົນຄິດໄວ ຫົວໄວ ເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ຜູ້ໃຊ້ມີຄວາມໜ້າຮັກອ່ອນຫວານ ຊ່າງເຈລະຈາ ໃຈດີ ເອື້ອເຟື້ອ ມະນຸດສຳພັນດີ ມັກເຂົ້າສັງຄົມ ຜູ້ໃຊ້ມັກມີຄົນມາຂໍຄຳປຶກສາເລື້ອຍໆ ປອບໃຈເກັ່ງ ໃຜໄດ້ເວົ້າລົມດ້ວຍມັກເກີດຄວາມສະບາຍໃຈ ແຕ່ງຕົວດີບົ່ງບອກເຖິງລົດສະນິຍົມທີ່ດີ ນິໄສອ່ອນຫວານ ເວົ້າຈາດີ ມັກເອົາອົກເອົາໃຈໝູ່ເພື່ອນ ເປັນຄົນໂລແມນຕິກ ມີສະເໜ່ດຶງດູດເພດກົງກັນຂ້າມ ແຕ່ງຕົວເກັ່ງ ນິໄສມັກສວຍມັກງາມ