ຄຳທຳນາຍເບີນີ້
A+ເບີມຸງຄຸນລະດັບດີເລີດ! ປອດໄພໃນການໃຊ້ງານ ແລະ ສົ່ງເສີມຊີວິດໃນທຸກໆດ້ານ.
ບຸກຄະລິກພາຍນອກ
ເປັນຄົນຄິດໄວ ຫົວໄວ ເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ເຂົ້າກັບຄົນງ່າຍ ແຖມຍັງທັນຄົນ ທັນເກມ ເພາະມີໄຫວພິບດີ ຮຽນຮູ້ໄວ ເວົ້າເກັ່ງ ເວົ້າແລ້ວຄົນອື່ນເຊື່ອ ສະຫຼາດ ແກ້ໄຂບັນຫາເກັ່ງ ເປັນຄົນບໍ່ປະໝາດ ຮອບຄອບລະມັດລະວັງຕົວດີ, ທັນຄົນບໍ່ຖືກຕົວະງ່າຍໆ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ ແຕ່ງຕົວດີບົ່ງບອກເຖິງລົດສະນິຍົມທີ່ດີ ນິໄສອ່ອນຫວານ ເວົ້າຈາດີ ມັກເອົາອົກເອົາໃຈໝູ່ເພື່ອນ ເປັນຄົນໂລແມນຕິກ ຜູ້ໃຊ້ມັກມີຄົນມາຂໍຄຳປຶກສາເລື້ອຍໆ ປອບໃຈເກັ່ງ ໃຜໄດ້ເວົ້າລົມດ້ວຍມັກເກີດຄວາມສະບາຍໃຈ