ຄຳທຳນາຍເບີນີ້
Bເບີນີ້ມີຄູ່ເລກດີ ແຕ່ມີບາງຄູ່ທີ່ຕ້ອງສຶກສາກ່ອນການນຳໃຊ້ໃຫ້ເໝາະສົມກັບອາຊີບ.
ບຸກຄະລິກພາຍນອກ
ມີສະເໜ່ດຶງດູດເພດກົງກັນຂ້າມ ແຕ່ງຕົວເກັ່ງ ນິໄສມັກສວຍມັກງາມ ມີນິໄສອ່ອນຫວານ ອັດທະຍາໄສດີ ແລະ ເຂົ້າກັບຄົນງ່າຍ ມີມາລະຍາດທີ່ດີງາມ ເວົ້າຈາໄພເລາະ ເປັນຄົນຊ່າງສັງເກດ ຜູ້ໃຊ້ມີຄວາມໜ້າຮັກອ່ອນຫວານ ຊ່າງເຈລະຈາ ໃຈດີ ເອື້ອເຟື້ອ ມະນຸດສຳພັນດີ ມັກເຂົ້າສັງຄົມ ເປັນຄົນຄິດໄວ ຫົວໄວ ເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ ເປັນຄົນຈິງໃຈ ຮັກອິດສະຫຼະ ແລະ ມີຄວາມຄິດເປັນຂອງຕົນເອງ ເວົ້າຕົງໄປຕົງມາ ເຈົ້າລະບຽບ