020 9194 6229

ວ່າງ Unitel ເບີມຸງຄຸນ ຜົນລວມ 42 ເກຣດເບີ A+
ລາຄາ
500,000 ₭
ຜູ້ຂາຍເບີນຳໂຊກ 6395 ເບິ່ງໜ້າຮ້ານ
ຕິດຕໍ່ຜູ້ຂາຍ

ຄຳທຳນາຍເບີນີ້

A+

ເບີມຸງຄຸນລະດັບດີເລີດ! ປອດໄພໃນການໃຊ້ງານ ແລະ ສົ່ງເສີມຊີວິດໃນທຸກໆດ້ານ.

ບຸກຄະລິກພາຍນອກ

ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ ເປັນຄົນຄິດໄວ ຫົວໄວ ເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ເປັນຄົນອາລົມດີ ລ່າເລີງແຈ່ມໃສ ຊ່າງເວົ້າຊ່າງລົມ ປາກຫວານເອົາໃຈເກັ່ງ ເຂົ້າກັບຄົນງ່າຍ ຜູ້ໃຊ້ມັກມີຄົນມາຂໍຄຳປຶກສາເລື້ອຍໆ ປອບໃຈເກັ່ງ ໃຜໄດ້ເວົ້າລົມດ້ວຍມັກເກີດຄວາມສະບາຍໃຈ ມີນິໄສອ່ອນຫວານ ອັດທະຍາໄສດີ ແລະ ເຂົ້າກັບຄົນງ່າຍ ມີມາລະຍາດທີ່ດີງາມ ເວົ້າຈາໄພເລາະ ເປັນຄົນຊ່າງສັງເກດ ມີສະເໜ່ດຶງດູດເພດກົງກັນຂ້າມ ແຕ່ງຕົວເກັ່ງ ນິໄສມັກສວຍມັກງາມ

ການງານ

ຜູ້ໃຊ້ເລກນີ້ມັກມີໂອກາດຈະໄດ້ເປັນເຈົ້າຄົນນາຍຄົນ ໄດ້ເປັນຫົວໜ້າ ມີຢົດຕຳແໜ່ງມີກຽດ ຄົນນັບໜ້າຖືຕາ ວິໄສທັດດີສຸດຍອດ ເລື່ອນຂັ້ນໄວ ມີສັກສີ ເຮັດວຽກເກັ່ງຄົນຮູ້ຈັກຢ່າງວ່ອງໄວ ມີສະຕິປັນຍາ ແລະ ໄຫວພິບດີ ຮຽນຮູ້ໄວ ເຮັດວຽກໄວຈົນຄົນອື່ນຕາມບໍ່ທັນ ເຮັດທຸລະກິດນໍາເຂົ້າສົ່ງອອກ ຫຼື ຂາຍສິນຄ້າອອລາຍ ຫຼື ຂາຍໃນເນັດເກັ່ງ ມັກຂາຍຂອງເກັ່ງ ໂນ້ມນ້າວໃຈຄົນເກັ່ງ ເວົ້າເກັ່ງຂາຍເກັ່ງ ຖະໜັດງານຂາຍ ຂາຍຂອງໄດ້ຢ່າງດີເລີດ ມີຫົວການຄ້າໃນຕົວ ຄ້າຂາຍດີລູກຄ້າຕິດອົກຕິດໃຈ ເໝາະກັບການເຮັດວຽກບໍລິການຕ່າງໆ ມີສະເໜ່ທາງຄຳເວົ້າການເຈລະຈາ ເປັນທີ່ຍອມຮັບໄວ້ວາງໃຈເອັນດູ ມີຫົວໃຈນັກບໍລິການ ມັກມີຄົນສະເໜີວຽກດີໆ ໃຫ້ເຮັດເລື້ອຍໆ ມີຄວາມຄິດສ້າງສັນ ແລະ ຊ່ຽວຊານດ້ານສິລະປະ ມີສຸນທະລີຍະພາບ ຮຽນຮູ້ໄວ ມີຈິນຕະນາການສູງສົ່ງ ເຫັນພາບໃນໃຈຊັດເຈນ

ການເງິນ

ໂອກາດຫາເງິນຈາກການຕິດຕໍ່ຕ່າງປະເທດ ໄດ້ເງິນທີ່ໄດ້ມາຈາກວຽກທີ່ຕ້ອງໃຊ້ສຽງ ແລະ ຄໍາເວົ້າ ຄ້າຂາຍດີ ທຳມາຄ້າຂຶ້ນ ມີໂຊກດ້ານການເຈລະຈາ ສາລິກາລີ້ນທອງ ຫາເງິນໄດ້ຈາກຫຼາຍໆຢ່າງທີ່ເຮັດ ແລະ ສ່ວນໃຫຍ່ລາຍໄດ້ມັກເກີດຈາກຄຳເວົ້າ ຄົນໜ້າເມດຕາຈຶ່ງມີຜູ້ອຸປະຖຳສະເໝີ ຕິດຕໍ່ການງານຈົບດ້ວຍດີ ການເງິນຄ່ອງຕົວ ຫາເງິນງ່າຍຄ່ອງຕົວ ຫາເງິນໄດ້ຈາກການເດີນທາງ ແລະ ການເຮັດທຸລະກິດນໍາເຂົ້າ-ສົ່ງອອກລະຫວ່າງປະເທດ

ຄວາມຮັກ

ເປັນຄົນຈິງຈັງກັບຄວາມຮັກ ມີຄວາມປາຖະໜາຄວາມເພີເຟັກສູງ ມີຄວາມສໍາພັນທີ່ເຕັມໄປດ້ວຍຄວາມກ້າວໜ້າ ແລະ ການຮຽນຮູ້ ເປັນຄົນທີ່ມີສະເໜ່ແຮງຫຼາຍ ເວົ້າແລ້ວເບິ່ງມີສະເໜ່ ເປັນທີ່ຮັກຂອງຜູ້ຄົນ ມີສະເໜ່ດຶງດູດເພດກົງກັນຂ້າມ ມີຄວາມໂລແມນຕິກໃນຕົວ ເວົ້າຈາດີ ມີຄວາມໄພເລາະອ່ອນຫວານ ມັກມີຄົນມາຫຼົງຮັກຢາກເວົ້າລົມດ້ວຍສະເໝີ ເພາະມີສະເໜ່ທາງຄຳເວົ້າ

ໂຊກລາບ

ໄດ້ລາບຈາກການດູແລຜູ້ໃຫຍ່ຢ່າງໃກ້ສິດ

ເບິ່ງຄຳທຳນາຍເຕັມ

ເບີຄ້າຍກັນທີ່ຍັງວ່າງ

Unitel ເບີມຸງຄຸນ
ຜົນລວມ: 43 500,000 ₭
Unitel ເບີມຸງຄຸນ
ຜົນລວມ: 48 500,000 ₭
Unitel ເບີມຸງຄຸນ
ຜົນລວມ: 39 500,000 ₭
Unitel ເບີມຸງຄຸນ
ຜົນລວມ: 49 500,000 ₭
Unitel ເບີມຸງຄຸນ
ຜົນລວມ: 42 500,000 ₭
Unitel ເບີມຸງຄຸນ
ຜົນລວມ: 49 2,500,000 ₭
Unitel ເບີມຸງຄຸນ
ຜົນລວມ: 54 500,000 ₭

ບໍ່ພົບເບີທີ່ຕ້ອງການ?

ຝາກໃຫ້ຮ້ານຄ້າຊອກໃຫ້ — ຟຣີ ແລະ ບໍ່ມີຂໍ້ຜູກມັດ

ຊອກເບີໃຫ້ຂ້ອຍ