ຄຳທຳນາຍເບີນີ້
Dເບີນີ້ມີຄູ່ເລກທີ່ຄວນຫຼີກລ້ຽງ, ອາດສົ່ງຜົນເສຍບາງປະການ.
ບຸກຄະລິກພາຍນອກ
ຜູ້ໃຊ້ມັກມີລາງສັງຫອນແມ້ນຍໍາ ມີສິ່ງສັກສິດຄຸ້ມຄອງ ມັກມີຄວາມຄິດເປັນຜູ້ໃຫຍ່ ມັກເຂົ້າທາງຜູ້ໃຫຍ່ ເປັນຜູ້ມີຄຸນທຳ ມີຈັນຍາທຳ ໜ້າເຄົາລົບ ເປັນຄົນຈິງໃຈ ຮັກອິດສະຫຼະ ແລະ ມີຄວາມຄິດເປັນຂອງຕົນເອງ ເວົ້າຕົງໄປຕົງມາ ເຈົ້າລະບຽບ ເປັນຄົນຈິງຈັງກັບຊີວິດຫຼາຍ ຂີ້ກັງວົນ ມັກຄິດເຖິງຊີວິດໃນອະນາຄົດຂອງຕົນເອງ ແລະ ຄອຍກົດດັນຕົນເອງ ບໍ່ຮູ້ຈັກປ່ອຍວາງ ເປັນຄົນຄິດຫຼາຍ ມັກຄິດໃຫ້ຕົນເອງທຸກ ເບິ່ງຄືມີຄວາມເປັນຢູ່ທີ່ດີ ແຕ່ເບື້ອງຫຼັງອາດມີໜີ້ສິນ ຜູ້ໃຊ້ຮູ້ເທົ່າທັນຄົນ ໃຈບຸນ ມັກຊ່ວຍເຫຼືອຜູ້ອື່ນ ມີຄວາມອົບອຸ່ນ ໃຜໄດ້ຢູ່ໃກ້ແລ້ວສະບາຍໃຈ