ຄຳທຳນາຍເບີນີ້
Dເບີນີ້ມີຄູ່ເລກທີ່ຄວນຫຼີກລ້ຽງ, ອາດສົ່ງຜົນເສຍບາງປະການ.
ບຸກຄະລິກພາຍນອກ
ຜູ້ໃຊ້ມັກມີລາງສັງຫອນແມ້ນຍໍາ ມີສິ່ງສັກສິດຄຸ້ມຄອງ ມັກມີຄວາມຄິດເປັນຜູ້ໃຫຍ່ ມັກເຂົ້າທາງຜູ້ໃຫຍ່ ເປັນຜູ້ມີຄຸນທຳ ມີຈັນຍາທຳ ໜ້າເຄົາລົບ ເປັນຄົນຈິງໃຈ ຮັກອິດສະຫຼະ ແລະ ມີຄວາມຄິດເປັນຂອງຕົນເອງ ເວົ້າຕົງໄປຕົງມາ ເຈົ້າລະບຽບ ເປັນຄົນຈິງຈັງກັບຊີວິດຫຼາຍ ຂີ້ກັງວົນ ມັກຄິດເຖິງຊີວິດໃນອະນາຄົດຂອງຕົນເອງ ແລະ ຄອຍກົດດັນຕົນເອງ ບໍ່ຮູ້ຈັກປ່ອຍວາງ ເປັນຄົນຄິດຫຼາຍ ມັກຄິດໃຫ້ຕົນເອງທຸກ ເຮັດວຽກໜັກ ມັກມີແຮງກົດດັນສານພັດຮູບແບບ ບໍ່ຄ່ອຍມີເວລາພັກຜ່ອນ ຊີວິດຕ້ອງເມື່ອຍກວ່າຄົນອື່ນ ປະສົບຜົນສໍາເລັດໄດ້ຍາກ ມີແຕ່ເລື່ອງຜິດຫວັງເສຍໃຈ ບັນຫາລຸມເລົ້າ ຄວາມທຸກຮອບດ້ານ ອຸປະສັກຫຼາຍຢ່າງຄອຍໃຫ້ແກ້ໄຂ, ຊອບອົມທຸກຄິດຫຼາຍເລື້ອຍໆ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນທາງທຸລະກິດຈະມີໂຊກດ້ານການແຂ່ງຂັນ ມັກໄດ້ຮັບໄຊຊະນະ