ຄຳທຳນາຍເບີນີ້
A+ເບີມຸງຄຸນລະດັບດີເລີດ! ປອດໄພໃນການໃຊ້ງານ ແລະ ສົ່ງເສີມຊີວິດໃນທຸກໆດ້ານ.
ບຸກຄະລິກພາຍນອກ
ຜູ້ໃຊ້ມັກມີລາງສັງຫອນແມ້ນຍໍາ ມີສິ່ງສັກສິດຄຸ້ມຄອງ ມັກມີຄວາມຄິດເປັນຜູ້ໃຫຍ່ ມັກເຂົ້າທາງຜູ້ໃຫຍ່ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນທາງທຸລະກິດຈະມີໂຊກດ້ານການແຂ່ງຂັນ ມັກໄດ້ຮັບໄຊຊະນະ ມີໝັ້ນໃຈ ແລະ ກ້າຕັດສິນໃຈ ເບິ່ງແຍງບໍລິວານເກັ່ງ ໃຈກວ້າງໃຈເຖິງ ເວລາຊ່ວຍໃຜມັກຈະຊ່ວຍເຕັມທີ່ ເປັນຄົນເບິ່ງໂລກໃນແງ່ດີ ມີຄວາມໂອບອ້ອມອາລີ ມີເມດຕາ ມັກຊ່ວຍເຫຼືອຄົນຕົກທຸກໄດ້ຍາກ ມັກສັງຄົມ ເປັນຄົນບໍ່ປະໝາດ ຮອບຄອບລະມັດລະວັງຕົວດີ, ທັນຄົນບໍ່ຖືກຕົວະງ່າຍໆ ແຕ່ງຕົວດີບົ່ງບອກເຖິງລົດສະນິຍົມທີ່ດີ ນິໄສອ່ອນຫວານ ເວົ້າຈາດີ ມັກເອົາອົກເອົາໃຈໝູ່ເພື່ອນ ເປັນຄົນໂລແມນຕິກ ເປັນຜູ້ມີຄຸນທຳ ມີຈັນຍາທຳ ໜ້າເຄົາລົບ