ຄຳທຳນາຍເບີນີ້
Bເບີນີ້ມີຄູ່ເລກດີ ແຕ່ມີບາງຄູ່ທີ່ຕ້ອງສຶກສາກ່ອນການນຳໃຊ້ໃຫ້ເໝາະສົມກັບອາຊີບ.
ບຸກຄະລິກພາຍນອກ
ເປັນຄົນໃຈຄໍກວ້າງຂວາງ ຕົງໄປຕົງມາ ເປີດເຜີຍ ຮັກອິດສະຫຼະ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນທາງທຸລະກິດຈະມີໂຊກດ້ານການແຂ່ງຂັນ ມັກໄດ້ຮັບໄຊຊະນະ ຜູ້ໃຊ້ມັກມີລາງສັງຫອນແມ້ນຍໍາ ມີສິ່ງສັກສິດຄຸ້ມຄອງ ມັກມີຄວາມຄິດເປັນຜູ້ໃຫຍ່ ມັກເຂົ້າທາງຜູ້ໃຫຍ່ ເປັນຄົນເບິ່ງໂລກໃນແງ່ດີ ມີຄວາມໂອບອ້ອມອາລີ ມີເມດຕາ ມັກຊ່ວຍເຫຼືອຄົນຕົກທຸກໄດ້ຍາກ ມັກສັງຄົມ ເຂົ້າກັບຄົນງ່າຍ ແຖມຍັງທັນຄົນ ທັນເກມ ເພາະມີໄຫວພິບດີ ຮຽນຮູ້ໄວ ເວົ້າເກັ່ງ ເວົ້າແລ້ວຄົນອື່ນເຊື່ອ ສະຫຼາດ ແກ້ໄຂບັນຫາເກັ່ງ