ຄຳທຳນາຍເບີນີ້
Bເບີນີ້ມີຄູ່ເລກດີ ແຕ່ມີບາງຄູ່ທີ່ຕ້ອງສຶກສາກ່ອນການນຳໃຊ້ໃຫ້ເໝາະສົມກັບອາຊີບ.
ບຸກຄະລິກພາຍນອກ
ມີນິໄສອ່ອນຫວານ ອັດທະຍາໄສດີ ແລະ ເຂົ້າກັບຄົນງ່າຍ ມີມາລະຍາດທີ່ດີງາມ ເວົ້າຈາໄພເລາະ ເປັນຄົນຊ່າງສັງເກດ ມີສະເໜ່ດຶງດູດເພດກົງກັນຂ້າມ ແຕ່ງຕົວເກັ່ງ ນິໄສມັກສວຍມັກງາມ ເປັນຄົນມີບາລະມີ ເປັນທີ່ເຄົາລົບຂອງຄົນທົ່ວໄປ ເປັນຄົນກວ້າງຂວາງ ໃຈໃຫຍ່ ມັກຊ່ວຍເຫຼືອຄົນອື່ນ ກ້າໄດ້ກ້າເສຍ ຮັກໝູ່ເພື່ອນ ມັກອອກແທນສະເໝີ ມັກເປັນທີ່ຮູ້ຈັກຢ່າງໄວວາ ມີພັກພວກຫຼາຍ ມີອິດທິພົນດີ ມີຄົນຄອຍຊ່ວຍເຫຼືອ ເປັນຄົນຈິງໃຈ ຮັກອິດສະຫຼະ ແລະ ມີຄວາມຄິດເປັນຂອງຕົນເອງ ເວົ້າຕົງໄປຕົງມາ ເຈົ້າລະບຽບ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ ເປັນຄົນເບິ່ງໂລກໃນແງ່ດີ ມີຄວາມໂອບອ້ອມອາລີ ມີເມດຕາ ມັກຊ່ວຍເຫຼືອຄົນຕົກທຸກໄດ້ຍາກ ມັກສັງຄົມ