ຄຳທຳນາຍເບີນີ້
Bເບີນີ້ມີຄູ່ເລກດີ ແຕ່ມີບາງຄູ່ທີ່ຕ້ອງສຶກສາກ່ອນການນຳໃຊ້ໃຫ້ເໝາະສົມກັບອາຊີບ.
ບຸກຄະລິກພາຍນອກ
ມີນິໄສອ່ອນຫວານ ອັດທະຍາໄສດີ ແລະ ເຂົ້າກັບຄົນງ່າຍ ມີມາລະຍາດທີ່ດີງາມ ເວົ້າຈາໄພເລາະ ເປັນຄົນຊ່າງສັງເກດ ມີສະເໜ່ດຶງດູດເພດກົງກັນຂ້າມ ແຕ່ງຕົວເກັ່ງ ນິໄສມັກສວຍມັກງາມ ເປັນຄົນຄິດໄວ ຫົວໄວ ເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ໝັ້ນໃຈໃນຕົນເອງສູງ ມີວາທະສິນ ມີສະມາທິ ຄວາມອົດທົນສູງ ເຮັດຫຍັງຕໍ່ເນື່ອງໄດ້ນານ ເປັນຄົນກວ້າງຂວາງ ໃຈໃຫຍ່ ມັກຊ່ວຍເຫຼືອຄົນອື່ນ ກ້າໄດ້ກ້າເສຍ ຮັກໝູ່ເພື່ອນ ມັກອອກແທນສະເໝີ ມັກເປັນທີ່ຮູ້ຈັກຢ່າງໄວວາ ມີພັກພວກຫຼາຍ ມີອິດທິພົນດີ ມີຄົນຄອຍຊ່ວຍເຫຼືອ ເປັນຄົນມີບາລະມີ ເປັນທີ່ເຄົາລົບຂອງຄົນທົ່ວໄປ