ຄຳທຳນາຍເບີນີ້
A+ເບີມຸງຄຸນລະດັບດີເລີດ! ປອດໄພໃນການໃຊ້ງານ ແລະ ສົ່ງເສີມຊີວິດໃນທຸກໆດ້ານ.
ບຸກຄະລິກພາຍນອກ
ມີນິໄສອ່ອນຫວານ ອັດທະຍາໄສດີ ແລະ ເຂົ້າກັບຄົນງ່າຍ ມີມາລະຍາດທີ່ດີງາມ ເວົ້າຈາໄພເລາະ ເປັນຄົນຊ່າງສັງເກດ ຜູ້ໃຊ້ມັກມີຄົນມາຂໍຄຳປຶກສາເລື້ອຍໆ ປອບໃຈເກັ່ງ ໃຜໄດ້ເວົ້າລົມດ້ວຍມັກເກີດຄວາມສະບາຍໃຈ ເປັນຄົນມັກມ່ວນຊື່ນ ບໍ່ຄຽດ ເບິ່ງໂລກໃນແງ່ດີ ຊີວິດຄິດບວກ ບໍ່ເຄີຍຄິດຫຼາຍ ຜູ້ໃຊ້ເປັນຄົນໃຈກວ້າງມັກຊ່ວຍເຫຼືອຄົນ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນທາງທຸລະກິດຈະມີໂຊກດ້ານການແຂ່ງຂັນ ມັກໄດ້ຮັບໄຊຊະນະ ເປັນຄົນຄິດໄວ ຫົວໄວ ເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ເປັນຄົນອາລົມດີ ລ່າເລີງແຈ່ມໃສ ຊ່າງເວົ້າຊ່າງລົມ ປາກຫວານເອົາໃຈເກັ່ງ ເຂົ້າກັບຄົນງ່າຍ